About us
ເບື້ອງຫຼັງຂອງຄອບຄົວ Book Delivery
ເລີ່ມຕົ້ນ - ໃນວັນທີ 8 ເດືອນຕຸລາ ປີ 2016, Book Delivery ໄດ້ຖືກກໍ່ຕັ້ງຂຶ້ນຈາກການລວມຕົວກັນຂອງໄວໜຸ່ມຜູ້ທີ່ມີໃຈມັກຮັກໃນການອ່ານ ໃນງານ Startup Weekend. ງານດັ່ງກ່າວເເມ່ນ ມີຈຸດປະສົງເພື່ອສ້າງຜູ້ປະກອບການຍຸກໃໝ່ ເຖິງວ່າພວກເຮົາບໍ່ໄດ້ຖືກຄັດເລືອກໃນຄັ້ງນັ້ນ ເເຕ່ພວກເຮົາກໍ່ເອົາຄວາມຮູ້ທີ່ໄດ້ຮຽນມາສ້າງທຸລະກິດຕົວຈິງ
ຈາກບັນຫາທີ່ໄດ້ພົບພໍ້, ຈາກປະສົບການຕົວຈິງກ່ຽວກັບການເລືອກຊື້ປຶ້ມ. ເຊິ່ງປຶ້ມທີ່ມີຢູ່ໃນລາວເເມ່ນມີຈຳນວນຈຳກັດ
ເເລະ ລາຄາເເພງ ເຮັດໃຫ້ຫຼາຍໆຄົນຈຳເປັນຕ້ອງເດີນທາງໄປປະເທດໃກ້ຄຽງ
ເພື່ອຊອກຫາປຶ້ມທີ່ຕົວເອງຕ້ອງການ.
ດ້ວຍເຫດຜົນນີ້ ພວກເຮົາໄດ້ນຳສະເໜີ ການບໍລິການເເບບໃໝ່ຄື
ການບໍລິການຂາຍປຶ້ມເເບບອອນລາຍ ທີ່ມີ ເວັບໄຊທ໌ທີ່ບັນຈຸປຶ້ມ ຫຼາຍກວ່າ 10,000 ຫົວ ບໍ່ວ່າຈະເປັນປຶ້ມ ລາວ ແລະ ສາກົນ
ໃຫ້ທຸກໆຄົນໄດ້ເລືອກຊື້. ພ້ອມດຽວກັນ ພວກເຮົາຍັງມີການບໍລິການສັ່ງ-ສົ່ງປຶ້ມເຖີງທີ່
ເພື່ອຮັບປະກັນຄວາມໄວ ເເລະ ຄວາມສະດວກສະບາຍຂອງຜູ້ຮັກອ່ານ.
ນີ້ເເມ່ນວິໄສທັດຂອງ Book Delivery:
·
ມື້ໜຶ່ງ
ປະມານ 40% ຂອງຄົນລາວຈະຮັກອ່ານປຶ້ມ
·
ທຸກໆ
ຄົນຈະຊື້ປຶ້ມນຳຮ້ານຄ້າທີ່ມີການບໍລິການ ເເລະ ທາງເລືອກ ທີ່ດີທີ່ສຸດ
·
Book Delivery ຈະເປັນໜຶ່ງ ໃນຮ້ານຂາຍປຶ້ມ ທີ່ມີຄົນເຂົ້າໄປໃຊ້ບໍລິການຫຼາຍທີ່ສຸດ
·
ພວກເຮົເຊື່ອວ່າຖ້າມີນັກຂຽນທີ່ສ້າງຜົນງານໂດດເດັ່ນ,
ຄົນຈະສົນໃຈໃນການອ່ານຫຼາຍຂຶ້ນ. ສະນັ້ນ, Book Delivery ຈະສ້າງນັກຂຽນທີ່ດີສູ່ສັງຄົມ
ຜ່ານທາງການເເຂ່ງຂັນ, ການຈັດສັນພິມປຶ້ມ ເເລະ ການຂາຍ.
ພວກເຮົາມີຄວາມເຊື່ອວ່າຄວາມໄວທີ່ລູກຄ້າໄດ້ຮັບຈາກການສັ່ງຊື້ ອອ່ນລາຍ
ຈະເປັນຕົວຊີ້ບອກໃຫ້ພວກເຂົາ ກັບຄືນມາໃຊ້ບໍລິການກັບພວກເຮົາອີກໃນອະນາຄົດ. ສະນັ້ນ,
ພວກເຮົາຍົກສູງຄວາມສໍາຄັນໃນການບໍລິການ ເພື່ອຮັບປະກັນໄດ້ວ່າ ລູກຄ້າຈະໄດ້ຮັບເຄື່ອງທີ່ດີ,
ວອງໄວ, ປອດໄພ ແລະ ເພິ່ງພໍໃຈ. ເພື່ອຮັບປະກັນໃຫ້ບັນລຸຕາມເປົ້າໝາຍດັ່ງກ່າວ ພວກເຮົາໄດ້ມີສາງເຄື່ອງເພື່ອສະຕ໋ອກເຄື່ອງທຸກໆຢ່າງທີ່ເຮົາຈຳໜ່າຍໄວ້ຢ່າງຄົບຖ້ວນ
ແລະ ປອດໄພ.
